Google Chrome ແມ່ນໂປຣແກຣມທ່ອງເວັບທີ່ໄວ, ປອດໄພ ແລະ ໃຊ້ງ່າຍ. ໂດຍອອກແບບມາສຳລັບ Android, Chrome ໃຫ້ທ່ານມີບົດຂ່າວທີ່ເປັນແບບສ່ວນຕົວ, ລິ້ງເຊື່ອມໂຍງທີ່ໄວຫາເວັບໄຊທີ່ທ່ານມັກ, ການດາວໂຫຼດ ແລະ Google ຊອກຫາ ແລະ ມາພ້ອມກັບ Google ແປພາສາ. ດາວໂຫຼດຕອນນີ້ເລີຍເພື່ອເພີດເພີນກັບປະສົບການໃຊ້ໂປຣແກຣມທ່ອງເວັບ Chrome ດຽວກັນທີ່ທ່ານມັກໃນທົ່ວທຸກອຸປະກອນຂອງທ່ານ.

ທ່ອງເວັບໄດ້ໄວ ແລະ ພິມໜ້ອຍກວ່າ. ເລືອກຈາກຜົນການຊອກຫາທີ່ປັບແຕ່ງເປັນແບບສ່ວນຕົວທີ່ປາກົດຂຶ້ນທັນທີທີ່ທ່ານພິມ ແລະ ໄປຫາໜ້າເວັບທີ່ເຄີຍເຂົ້າເບິ່ງຜ່ານມາໄດ້ຢ່າງວ່ອງໄວ. ປະກອບແບບຟອມຕ່າງໆໄດ້ຢ່າງວ່ອງໄວດ້ວຍ ການຕື່ມຂໍ້ມູນອັດຕະໂນມັດ.

ທ່ອງເວັບແບບບໍ່ເຜີຍຕົວຕົນ. ໃຊ້ໂໝດບໍ່ເຜີຍຕົວຕົນ ເພື່ອທ່ອງອິນເຕີເນັດໂດຍບໍ່ບັນທຶກປະຫວັດຂອງທ່ານ. ທ່ອງເວັບແບບເປັນສ່ວນຕົວໃນທົ່ວທຸກອຸປະກອນຂອງທ່ານ.

ເຂົ້າເຖິງ Chrome ຂອງທ່ານໃນທົ່ວອຸປະກອນຕ່າງໆ. ເມື່ອທ່ານເຂົ້າສູ່ລະບົບ Chrome, ທ່ານສາມາດບັນທຶກບຸກມາກ, ລະຫັດຜ່ານ ແລະ ອື່ນໆໄວ້ໃນບັນຊີ Google ຂອງທ່ານ, ເພື່ອໃຫ້ທ່ານສາມາດເຂົ້າເຖິງພວກມັນໄດ້ຢູ່ອຸປະກອນອື່ນໆຂອງທ່ານ.

ເນື້ອຫາທັງໝົດທີ່ທ່ານມັກ, ເຂົ້າເຖິງໄດ້ໂດຍແຕະບາດດຽວ. Chrome ບໍ່ພຽງແຕ່ໄວສຳລັບ Google ຊອກຫາເທົ່ານັ້ນ, ແຕ່ຍັງຖືກອອກແບບມາເພື່ອໃຫ້ທ່ານເຂົ້າເຖິງທຸກເນື້ອຫາທີ່ທ່ານມັກໄດ້ໂດຍການແຕະບາດດຽວ. ທ່ານສາມາດແຕະໃສ່ເວັບໄຊຂ່າວ ຫຼື ສື່ສັງຄົມອອນລາຍທີ່ທ່ານມັກໄດ້ໂດຍກົງຈາກໜ້າແຖບໃໝ່. Chrome ຍັງມີຄຸນສົມບັດ “ແຕະເພື່ອຊອກຫາ” ຢູ່ໃນໜ້າເວັບຕ່າງໆນຳອີກ. ທ່ານສາມາດແຕະໃສ່ຄຳສັບ ຫຼື ວະລີໃດໆກໍໄດ້ເພື່ອເລີ່ມ Google ຊອກຫາ ໃນຂະນະທີ່ຍັງຢູ່ໃນໜ້າທີ່ທ່ານເຂົ້າເບິ່ງຢູ່ໄດ້.

ປົກປ້ອງໂທລະສັບຂອງທ່ານດ້ວຍ Google Safe Browsing. Chrome ມາພ້ອມກັບ Google Safe Browsing. ມັນເຮັດໃຫ້ໂທລະສັບຂອງທ່ານປອດໄພໂດຍການສະແດງຄຳເຕືອນຕ່າງໆໃຫ້ທ່ານຮູ້ ເມື່ອທ່ານພະຍາຍາມເຂົ້າຫາເວັບໄຊທີ່ອັນຕະລາຍ ຫຼື ດາວໂຫຼດໄຟລ໌ທີ່ອັນຕະລາຍ.

ດາວໂຫຼດໄດ້ໄວ ແລະ ເບິ່ງໜ້າເວັບ ແລະ ວິດີໂອແບບອອບລາຍ Chrome ມີປຸ່ມດາວໂຫຼດສະເພາະ, ເພື່ອໃຫ້ທ່ານສາມາດດາວໂຫຼດວິດີໂອ, ຮູບພາບ ແລະ ທັງໝົດໜ້າເວັບໄດ້ຢ່າງງ່າຍດາຍດ້ວຍການແຕະບາດດຽວ. Chrome ຍັງມີໜ້າຫຼັກການດາວໂຫຼດຢູ່ພາຍໃນ Chrome ເລີຍ, ເຊິ່ງເປັນບ່ອນທີ່ທ່ານສາມາດເຂົ້າເຖິງທຸກເນື້ອຫາທີ່ທ່ານດາວໂຫຼດມາ, ເຖິງແມ່ນວ່າທ່ານອອບລາຍຢູ່ກໍຕາມ.

Google Voice Search. Chrome ໃຫ້ທ່ານມີໂປຣແກຣມທ່ອງເວັບທີ່ແທ້ຈິງທີ່ທ່ານສາມາດໂອ້ລົມນຳໄດ້. ໃຊ້ສຽງຂອງທ່ານເພື່ອຊອກຫາຄຳຕອບໃນຂະນະທີ່ເດີນທາງໂດຍບໍ່ຕ້ອງພິມ ແລະ ບໍ່ຕ້ອງໃຊ້ມື. ທ່ານສາມາດທ່ອງເວັບ ແລະ ນຳທາງໄປມາຢ່າງວ່ອງໄວໂດຍໃຊ້ສຽງຂອງທ່ານໄດ້ຢູ່ທຸກບ່ອນ, ທຸກເວລາ.

ມາພ້ອມກັບ Google ແປພາສາ: ແປທັງໝົດໜ້າເວັບໄດ້ຢ່າງວ່ອງໄວ. Chrome ມາພ້ອມກັບ Google ແປພາສາ ໃນຕົວເພື່ອຊ່ວຍທ່ານແປທັງໝົດເວັບເປັນພາສາຂອງທ່ານເອງດ້ວຍການແຕະບາດດຽວ.

ການແນະນຳທີ່ເປັນແບບສ່ວນຕົວຢ່າງສະຫຼາດ. Chrome ສ້າງປະສົບການທີ່ເໝາະສົມກັບຄວາມສົນໃຈທ່ານໂດຍສະເພາະ. ຢູ່ໃນໜ້າແຖບໃໝ່, ທ່ານຈະເຫັນບົດຄວາມທີ່ Chrome ໄດ້ຄັດເລືອກມາອີງຕາມປະຫວັດການທ່ອງເວັບຜ່ານມາຂອງທ່ານ.