WhatsApp ຈາກ Meta ເປັນແອັບການຮັບສົ່ງຂໍ້ຄວາມ ແລະ ການໂທວິດີໂອຟຣີ. ມີຄົນກວ່າໃຊ້ມັນກວ່າ 2 ຕື້ຄົນໃນກວ່າ 180 ປະເທດ. ມັນງ່າຍ, ເຊື່ອຖືໄດ້ ແລະ ເປັນສ່ວນຕົວ, ດັ່ງນັ້ນທ່ານຈຶ່ງສາມາດຕິດຕໍ່ຫາໝູ່ ແລະ ຄອບຄົວຂອງທ່ານໄດ້ຢ່າງງ່າຍດາຍ. WhatsApp ໃຊ້ໄດ້ໃນມືຖື ແລະ ຄອມພິວເຕີເຖິງແມ່ນວ່າການເຊື່ອມຕໍ່ອິນເຕີເນັດຈະຊ້າກໍຕາມ ແລະ ບໍ່ມີຄ່າບໍລິການສະໝັກໃຊ້*.

ການຮັບສົ່ງຂໍ້ຄວາມໃນທົ່ວໂລກ

ຂໍ້ຄວາມສ່ວນຕົວ ແລະ ການໂທຂອງທ່ານຫາໝູ່ ແລະ ຄອບຄົວຈະຖືກເຂົ້າລະຫັດແບບຕົ້ນທາງຫາປາຍທາງ. ບໍ່ມີໃຜນອກການສົນທະນາຂອງທ່ານຈະສາມາດອ່ານ ຫຼື ຟັງພວກມັນໄດ້, ຕໍ່ໃຫ້ເປັນ WhatsApp ກໍຕາມ.

ການເຊື່ອມຕໍ່ທີ່ງ່າຍ ແລະ ປອດໄພ, ໃຊ້ໄດ້ທັນທີ

ທັງໝົດທີ່ທ່ານຕ້ອງໃຊ້ກໍແມ່ນເບີໂທລະສັບຂອງທ່ານ, ບໍ່ຕ້ອງມີຊື່ຜູ້ໃຊ້ ຫຼື ການເຂົ້າສູ່ລະບົບ. ທ່ານສາມາດເບິ່ງລາຍຊື່ຜູ້ຕິດຕໍ່ຂອງທ່ານທີ່ໃຊ້ WhatsApp ແລະ ເລີ່ມການຮັບສົ່ງຂໍ້ຄວາມໄດ້ຢ່າງວ່ອງໄວ.

ການໂທສຽງ ແລະ ວິດີໂອຄຸນນະພາບສູງ

ໂທວິດີໂອ ແລະ ໂທສຽງຢ່າງປອດໄພຫາຄົນອື່ນໆສູງສຸດ 8 ຄົນໄດ້ຟຣີ*. ການໂທຂອງທ່ານສາມາດໃຊ້ໄດ້ໃນອຸປະກອນມືຖືໂດຍໃຊ້ບໍລິການອິນເຕີເນັດຂອງໂທລະສັບທ່ານ, ເຖິງແມ່ນວ່າຈະໃຊ້ອິນເຕີເນັດຊ້າກໍຕາມ.

ການສົນທະນາກຸ່ມເພື່ອໃຫ້ທ່ານຮັບຮູ້ຂໍ້ມູນຢູ່ສະເໝີ

ຕິດຕໍ່ກັບໝູ່ ແລະ ຄອບຄົວຂອງທ່ານໄດ້ຕະຫຼອດ. ການສົນທະນາກຸ່ມໂດຍເຂົ້າລະຫັດແບບຕົ້ນທາງຫາປາຍທາງຈະເຮັດໃຫ້ທ່ານສາມາດສົ່ງຂໍ້ຄວາມ, ຮູບພາບ, ວິດີໂອ ແລະ ເອກະສານຕ່າງໆຂ້າມມືຖື ແລະ ຄອມພິວເຕີໄດ້.

ຕິດຕໍ່ຫາກັນແບບສົດໆ

ແບ່ງປັນສະຖານທີ່ຂອງທ່ານໃຫ້ໝູ່ ຫຼື ໃຫ້ຄົນໃນກຸ່ມ ແລະ ຢຸດການແບ່ງປັນຕອນໃດກໍໄດ້. ຫຼື ບັນທຶກສຽງເວົ້າເພື່ອເຊື່ອມຕໍ່ໄດ້ຢ່າງວ່ອງໄວ.

ແບ່ງປັນເລື່ອງລາວປະຈຳວັນຜ່ານສະຖານະ

ສະຖານະຈະເຮັດໃຫ້ທ່ານສາມາດແບ່ງປັນຂໍ້ຄວາມ, ຮູບພາບ, ວິດີໂອ ແລະ ອັບເດດ GIF ທີ່ຈະຫາຍໄປຫຼັງຈາກ 24 ຊົ່ວໂມງໄດ້. ທ່ານສາມາດເລືອກແບ່ງປັນໂພສສະຖານະໃຫ້ກັບທຸກຄົນໃນລາຍຊື່ຜູ້ຕິດຕໍ່ຂອງທ່ານ ຫຼື ພຽງຄົນທີ່ເລືອກກໍໄດ້.

ໃຊ້ WhatsApp ໃນໂມງ Wear OS ຂອງທ່ານເພື່ອສືບຕໍ່ການສົນທະນາ, ຕອບກັບຂໍ້ຄວາມ ແລະ ຮັບໂທລະສບ - ທຸກສິ່ງເກີດຂຶ້ນຈາກຂໍ້ມືຂອງທ່ານ. ແລ້ວໃຊ້ປະໂຫຍດຈາກໄທລ໌ ແລະ ຄຸນສົມບັດຊັບຊ້ອນເພື່ອເຂົ້າເຖິງການສົນທະນາຂອງທ່ານ ແລະ ສົ່ງຂໍ້ຄວາມສຽງໄດ້ຢ່າງງ່າຍດາຍ.


*ອາດມີຄ່າອິນເຕີເນັດ. ກະລຸນາຕິດຕໍ່ຜູ້ໃຫ້ບໍລິການຂອງທ່ານສຳລັບລາຍລະອຽດ.

---------------------------------------------------------

ຫາກທ່ານມີຄຳຕິຊົມ ຫຼື ຄຳຖາມ, ກະລຸນາເຂົ້າໄປ WhatsApp > ການຕັ້ງຄ່າ > ຊ່ວຍເຫຼືອ > ຕິດຕໍ່ພວກເຮົາ